ຂົວຕໍ່ ເພື່ອຖ່າຍທອດຄວາມຮູ້
ທີ່ວັດແທກຜົນໄດ້.
ທີ່ Ananta ພວກເຮົາກຳລັງພັດທະນາຄັງຄວາມຮູ້ ສຳລັບນັກຮຽນຮູ້ ແລະ ເຄື່ອງມືຕ່າງໆທີ່ຈະຊ່ວຍໃຫ້ການຖ່າຍທອດຄວາມຮູ້ ຈາກ ຊ່ຽວຊານ ຫາຜູ້ປະຕິບັດງານຕົວຈິງ ມີປະສິດທິພາບຂື້ນ ສາມາດວັດແທກຄວາມຮູ້ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມຝຶກອົບຮົມໄດ້.
ພວກເຮົາຍັງໃຫ້ຄຳປຶກສາກ່ຽວກັບການອອກແບບຂະບວນການຮຽນຮູ້ ທີ່ເອົາຜູ້ເຂົ້າຮ່ວມຝຶກອົບຮົມເປັນຈຸດສູນກາງໃນການຮຽນຮູ້
ເພື່ອໃຫ້ທຸກການລົງທຶນດ້ານຄວາມຮູ້ເກີດປະໂຫຍດສູງສຸດ.
ພວກເຮົາເຮັດຫຍັງ
ພວກເຮົາເປັນຂົວຕໍ່ທີ່ຊ່ວຍໃຫ້ຄວາມຮູ້ ຖ່າຍທອດ ຈາກຜູ້ຊ່ຽວຊານໄປສູ່ຜູ້ປະຕິບັດງານຢ່າງມີປະສິດທິພາບ.
ປ່ຽນເນື້ອຫາທີ່ຊັບຊ້ອນໃຫ້ກາຍເປັນຂະບວນການຮຽນຮູ້.
-
check_circle
ການອອກແບບທີ່ເນັ້ນຜົນໄດ້ຮັບ
ປ່ຽນເນື້ອຫາທີ່ຊັບຊ້ອນໃຫ້ກາຍເປັນຂະບວນການເຮັດວຽກທີ່ຊັດເຈນ ແລະ ສາມາດປະຕິບັດໄດ້.
-
check_circle
ການຮຽນຮູ້ຜ່ານການລົງມືປະຕິບັດ
ເນັ້ນການຝຶກທັກສະຕົວຈິງ ເພື່ອໃຫ້ຜູ້ຮຽນສາມາດຈົດຈຳ ແລະ ນຳໃຊ້ຂໍ້ມູນໄດ້ຢ່າງມີປະສິດທິພາບ.
ພວກເຮົາຊ່ວຍທ່ານໄດ້ແນວໃດ
ການໃຫ້ຄຳປຶກສາ ແລະ ອອກແບບການຝຶກອົບຮົມ ທີ່ເນັ້ນການວັດແທກລະດັບບຸກຄົນ.
ການວິເຄາະຄວາມຕ້ອງການ ແລະ ຊ່ອງວ່າງການຝຶກອົບຮົມ
ກຳນົດຊ່ອງວ່າງຄວາມຮູ້ທີ່ຊັດເຈນ ເຊິ່ງເປັນອຸປະສັກຕໍ່ການເຮັດວຽກ ແລະ ການເຕີບໂຕ.
ການອອກແບບການຝຶກອົບຮົມສະເພາະດ້ານ
ສ້າງສື່ການຮຽນຮູ້ທີ່ເໝາະສົມກັບວັດທະນະທຳ ແລະ ຮູບແບບການຮຽນຮູ້ຂອງຜູ້ເຂ້າຮ່ວມ.
ການດຳເນີນການຝຶກອົບຮົມ ແລະ ການໃຫ້ຄຳປຶກສາແກ່ຜູ້ຝຶກອົບຮົມ
ເສີມສ້າງທັກສະຂອງຜູ້ຖ່າຍທອດຄວາມຮູ້ ເພື່ອໃຫ້ສາມາດປະຕິບັດງານໄດ້ຢ່າງໝັ້ນໃຈ ແລະ ເໝາະສົມກັບສະຖານະການ.
ການຕິດຕາມເສັ້ນທາງການຮຽນຮູ້ ແລະ ຜົນໄດ້ຮັບ
ວັດແທກການປ່ຽນແປງ ແລະ ລະດັບຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ ເພື່ອໃຫ້ແນ່ໃຈວ່າຄວາມຮູ້ນັ້ນຖືກນຳໄປໃຊ້ໃນວຽກງານຕົວຈິງໄດ້ຢ່າງຍືນຍົງ.
ຫຼັກສູດໃໝ່ກຳລັງຈະມາເຖິງ
ທີ່ Ananta ພວກເຮົາກຳລັງພັດທະນາຄັງຄວາມຮູ້ ແລະ ເຄື່ອງມືຕ່າງໆທີ່ຈະຊ່ວຍໃຫ້ການຖ່າຍທອດຄວາມຮູ້ ລະຫວ່າງ ຊ່ຽວຊານ ຫາຜູ້ປະຕິບັດງານຕົວຈິງ ມີປະສິດທິພາບຂື້ນ ສາມາດວັດແທກຄວາມຮູ້ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມຝຶກອົບຮົມ.
ຊຸດເຄື່ອງມືສຳລັບຜູ້ຝຶກອົບຮົມຟຣີ
ພວກເຮົາກຳລັງພັດທະນາ Workshop Pro ເຊິ່ງເປັນຊຸດເຄື່ອງມືທີ່ຈະຊ່ວຍການຈັດຝຶກອົບຮົມໃນຄັ້ງຕໍ່ໄປຂອງທ່ານ ມີຄວາມເປັນມືອາຊີບ ແລະ ສາມາດປະສານງານກັບທີມງານໄດ້ຢ່າງມີປະສິດທິພາບ. ຕອນນີ້ ພວກເຮົາຂໍມອບຊຸດເຄື່ອງມືສຳລັບຜູ້ຝຶກອົບຮົມແບບຟຣີ ເຊິ່ງລວມມີແບບຟອມພື້ນຖານທີ່ຈຳເປັນໃນການວາງແຜນ ແລະ ການຈັດຝຶກອົບຮົມແບບງ່າຍດາຍ.
ຄົ້ນຫາ ຊຸດເຄື່ອງມື